ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມກໍ່ສ້າງຮາກຖານການເມືອງ
ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງພັນໃຫຍ່ 279


     ວັນທີ 26 ຕຸລາ 2023 ນີ້, ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ ຫົວໜ້າກົມກໍ່ສ້າງຮາກຖານການເມືອງ
ກົມໃຫຍ່ການເມືອງກອງທັບ, ໄດ້ລົງພົບປະໂອ້ລົມ, ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 279,
ໂດຍໃຫ້ການຕ້ອນຮັບ ຈາກສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 279 ພ້ອມດ້ວຍ
ຄະນະ ມີຄະນະພັກ - ຄະນະບັນຊາ ພະແນກການ, ກອງພັນ, ກອງຮ້ອຍເອກະລາດ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ, ໄດ້ຂື້ນລາຍງານໂດຍຫຍໍ້ກ່ຽວກັບຈຸດພິເສດ, ທີ່ຕັ້ງ ພາລະບົດບາດ, ໜ້າທີ່ຮັບຊອບ ແລະ
ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກການເມືອງ ຂອງກົມກອງໃນໄລຍະຜ່ານມາ, ຈາກນັ້ນ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ
ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ໃນການຈັັັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງຕົວຈິງ ຂອງກົມກອງ ພ້ອມທັງ
ເນັ້ນໜັກຫຼາຍບັນຫາ ໃນນັ້ນ ສະຫາຍ ໄດ້ກ່າວເຖິງສະພາບການຂອງໂລກ ແລະ ພາກພື້ນ ທີ່ມີການຜັນແປໄປຢ່າງສັບສົນ ເປັນຕົ້ນແມ່ນ
ໄພສົງຄາມ, ສະພາບເສດຖະກິດ, ໄພເງີນເຟີ້, ບັນຫາຢາເສບຕິດ, ພ້ອມທັງ ເນັ້ນໜັກຕື່ມໃຫ້ ຄະນະພັກ - ຄະນະບັນຊາ, ພະນັກງານຫຼັກ
ແຫຼ່ງ ແລະ ຜູ້ທີ່ເຮັດວຽກງານກໍ່ສ້າງຮາກຖານການເມືອງຂອງກົມກອງ ຕ້ອງໄດ້ເອົາໃຈໃສ່ຕື່ມ ໃນການລົງຊຸກຍູ້ຊີ້ນຳ-ນຳພາ ວຽກງານກໍ່
ສ້າງຮາກຖານການເມືອງ ຊີ້ນຳ-ນຳພາແນວຄິດ ປຸກລະດົມໃຫ້ປະຊາຊົນ ໃນຂອບເຂດກົມກອງຂອງຕົນຕັ້ງທັບ, ເພີ່ມທະວີຄວາມຮັບຜິດ
ຊອບການເມືອງໃຫ້ສູງຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອເກັບສະພາບສັດຕູ,
ກຳປະຊາຊົນ ແລະ ສຶກສາອົບຮົມປະຊາຊົນບໍ່ໃຫ້ຕົກເຂົ້າກົນອຸບາຍຂອງກຸ່ມຄົນບໍ່ດີ, ຍູ້ແຮງຂະບວນການຈັດຕັ້ງປະຕິບັດແນວທາງນະໂຍ
ບາຍຂອງພັກໃຫ້ແຂງແຮງ, ສຶບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖີ່ນຂອບເຂດຕົນຮັບຜິດຊອບ, ແກ້ໄຂໜໍ່ແໜງ, ສະພາບຄວາມສັບ
ສົນວຸ່ນວາຍ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ມີຄວາມສະຫງົບ, ເອົາໃຈໃສ່ເພີ່ມທະວີວຽກງານ ປກຊ-ປກສ ໂດຍສົມທົບກັບອຳນາດ
ການປົກຄອງ ແລະ ຖືເປັນວຽກງານສໍາຄັນຂອງກົມກອງ ໂດຍສະເພາະ ແມ່ນຜູ້ທີ່ລົງເຮັດວຽກງານຕົວຈິງ, ເອົາໃຈໃສ່ປັບປຸງແບບແຜນວິທີ
ເຮັດວຽກ ຕ້ອງມີແຜນການ, ມີຜູ້ຊີ້ນຳຊຸກຍູ້ ແລະ ມີຜູ້ຈັດຕັ້ງປະຕິບັດລະອຽດ, ມີການກວດກາສະຫຼຸບຖອດຖອນບົດຮຽນເປັນປົກກະຕິ,
ຕ້ອງເພີ່ມທະວີຄວາມສາມັກຄີຢູ່ພາຍໃນໃຫ້ເປັນເອກະພາບ, ສາມັກຄີກັບອຳນາດ ການປົກຄອງ ແລະ ປະຊົນຊົນໃຫ້ແໜ້ນແຟ້ນກວ່າເກົ່າ,
ຍາມໃດກໍ່ຕ້ອງຍົກສູງສະຕິລະວັງຕົວປະຕິບັດຢູ່ສະເໜີ, ເດັດຂາດບໍ່ຕົກເຂົ້າກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີສວຍໃຊ້ ແລະ ອື່ນໆ ພ້ອມ
ກັນປະກອບສ່ວນເຂົ້າໃນການເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເພື່ອກໍ່ສ້າງກອງທັບ ກໍ່ຄືກົມກອງ ໃຫ້ມີຄວາມເຂັ້ມແຂງ ມີລະບຽບ
ແບບແຜນທັນສະໄໝເປັນກ້າວໆ.

ແຫຼ່ງຂ່າວໂດຍ ສາຄອນ ສຸລິເຍດ
ວັນທີ 31/10/2023